ການຊົດເຊີຍເງິນສຳລັບການຫວ່າງງານສຸກເສີນເນື່ອງຈາກການລະບາດຂອງພະຍາດ (PEUC)
ສະພາບລວມ
ການຊົດເຊີຍເງິນສຳລັບການຫວ່າງງານສຸກເສີນເນື່ອງຈາກການລະບາດຂອງພະຍາດ (PEUC) ເປັນໂຄງການພາຍໃຕ້ພະລາດຊະບັນຍັດວ່າດ້ວຍການຊ່ວຍເຫຼືອ, ການບັນເທົາທຸກ ແລະ ຄວາມໝັ້ນຄົງທາງດ້ານເສດຖະກິດ (CARES) ເນື່ອງຈາກໄວຣັສໂຄໂຣນາ ປີ 2020 ທີ່ໃຫ້ຜົນປະໂຫຍດການປະກັນການການຫວ່າງງານແກ່ບຸກຄົນເຫຼົ່ານັ້ນທີ່ໝົສິດທິໃນການປະກັນການຫວ່າງງານຂອງລັດຂອງພວກເຂົາ. ເປັນການໃຫ້ເງິນໂດຍລັດຖະບານກາງບໍ່ແມ່ນພາສີການຫວ່າງງານຂອງລັດທີ່ຈ່າຍໂດຍນາຍຈ້າງ.
ການຊົດເຊີຍເງິນສຳລັບການຫວ່າງງານສຸກເສີນເນື່ອງຈາກການລະບາດຂອງພະຍາດ (PEUC):
- ຜົນປະໂຫຍດການຫວ່າງງານແບບຂະຫຍາຍໄດ້ສຳລັບຜູ້ອ້າງສິດທີ່ກ່ອນໜ້ານີ້ໄດ້ໝົດສິດຜົນປະໂຫຍດຂອງພວກເຂົາໄປແລ້ວ.
- 13 ອາທິດຂອງການຈ່າຍເງິນເພີ່ມເຕີມ ນອກເໜືອຈາກການຫວ່າງງານປົກກະຕິສູງສຸດ.
- ແຕ່ລະຄົນມີສິດໄດ້ຮັບຈຳນວນເງິນເທົ່ານັ້ນຂອງການຈ່າຍປະກັນການຫວ່າງງານຈາກອາທິດກ່ອນໜ້າທີ່ພວກເຂົາໄດ້ຮັບ.
- ວັນທີເລີ່ມຕົ້ນ: ວັນທີ 29 ມີນາ 2020 (ອາທິດສິ້ສຸດ ວັນທີ 4 ເມສາ 2020)
- ວັນທີສິ້ນສຸດ: ອາທິດສິ້ນສຸດ ວັນທີ 26 ທັນວາ 2020
ຄຳເຕືອນການສໍ້ໂກງ!
- ຖ້າທ່ານສ້າງ ຫຼື ເຮັດໃຫ້ບຸກຄົນອື່ນໃຫ້ຂໍ້ຄວາມທີ່ບໍ່ມີຄວາມຈິງແບບຕັ້ງໃຈ ຫຼື ຕັ້ງໃຈເຮັດໃຫ້ ຫຼື ເປັນສາເຫດໃຫ້ບຸກຄົນອື່ນບໍ່ສາມາດເປີດເຜີຍຄວາມຈິງທີ່ສຳຄັນ ແລະ ເປັນຜົນເຮັດໃຫ້ໄດ້ຮັບຈຳນວນເງິນຊົດເຊີຍການຫວ່າງງານສຸກເສີນເນື່ອງຈາກການລະບາດຂອງພະຍາດທີ່ທ່ານບໍ່ມີສິດທີ່ຈະໄດ້ຮັບ, ທ່ານຈະຕ້ອງຖືກດຳເນີນຄະດີຕາມມາດຕາ 19 ວັກ 1001 ໃນຂໍ້ 18, ສະຫະລັດ ອາເມລິກາ.
- ບຸກຄົນທີ່ພົບວ່າໄດ້ກະທຳການສໍ້ໂກງ ແລະ ໄດ້ຖືກຕັດສິດເປັນເວລາໜຶ່ງອາທິດຕໍ່ມາ (ຫຼື ຫຼາຍອາທິດ) ຂອງການປະກັນການຫວ່າງງານທີ່ລວມທັງການຈ່າຍເງິນຂອງ PEUC ຈະບໍ່ມີສິດໄດ້ຮັບເງິນເພີ່ມເຕີມຂອງ PEUC ໃນອະນາຄົດຫຼັງຈາກທີ່ຖືກຕັດສິດ.
- ການອອກຈາກວຽກໂດຍບໍ່ມີສາເຫດເພື່ອຮັບຜົນປະໂຫຍດເພີ່ມເຕີມພາຍໃຕ້ໂຄງການ UI ປົກກະຕິ ຫຼື ພະລາດຊະບັນຍັດ CARES ຖືວ່າເປັນການສໍ້ໂກງ. ຖ້າທ່ານໄດ້ຮັບຜົນປະໂຫຍດເຫຼົ່ານີ້ຜ່ານການສໍ້ໂກງ, ທ່ານຈະບໍ່ມີສິດໄດ້ຮັບການຈ່າຍຜົນປະໂຫຍດເພີ່ມເຕີມໃດໆ, ຈະຕ້ອງຈ່າຍຄືນຜົນປະໂຫຍດ ແລະ ຕ້ອງຖືກດຳເນີນຄະດີທາງຍາອາຕາມມາດຕາ 1001 ຂໍ້ 18, ຂອງສະຫະລັດອາເມລິກາ.
- ການນຳສະເໜີທີ່ຜິດພາດໂດຍເຈດຕະນາໃນການລາຍງານກ່ຽວກັບລາຍໄດ້ທີ່ໄດ້ຮັບໃນຊ່ວງໜຶ່ງອາທິດຂອງການຮຽກຮ້ອງເອົາຄ່າທົດແທນປະຈຳອາທິດແບບຕໍ່ເນື່ອງຂອງການປະກັນການຫວ່າງງານອາດສົ່ງຜົນໃຫ້ເກີດການສໍ້ໂກງ, ການຕັດສິດຈາກຜົນປະໂຫຍດ ແລະ ການຈ່າຍຜົນປະໂຫຍດຫຼາຍເກີນໄປ, ນອກເໜືອໄປຈາກບົດລົງໂທດອື່ນໆ ແລະ ການດຳເນີນຄະດີທາງອາຍາທີ່ອາດເກີດຂຶ້ນ.
ຂໍ້ມູນສຳຄັນອື່ນໆສຳລັບຜູ້ອ້າງສິດ
- ຄວາມຮັບຜິດຊອບໃນການຊ່ວຍເຫຼືອເດັກຈະຕ້ອງຖືກຫັກອອກຈາກການຈ່າຍເງິນຂອງ PEUC ໃນລັກສະນະດຽວກັນກັບທີ່ພວກເຂົາຈະໄດ້ຮັບຜົນປະໂຫຍດການປະກັນການຫວ່າງງານຕາມປົກກະຕິ.
- ການຈ່າຍເງິນຂອງ PEUC ຕ້ອງໄດ້ເສຍພາສີ. ການຈ່າຍເງິນເຫຼົ່ານີ້ຈະຕ້ອງລວມເຂົ້າໃນ 1099G ຂອງທ່ານທີ່ທ່ານໄດ້ຮັບສຳລັບປີພາສີ 2020. ພາສີຈະຕ້ອງຖືກຫັກອອກຈາກຈຳນວນເງິນທີ່ຈ່າຍຂອງ PEUC ຖ້າທ່ານໄດ້ເລືອກທີ່ຈະໃຫ້ມີການຫັກຈາກຜົນປະໂຫຍດປະກັນການຫວ່າງງານຂອງທ່ານ.
ຂໍ້ມູນສຳລັບນາຍຈ້າງ
- ນາຍຈ້າງຈະບໍ່ຖືກຮຽກເກັບເງິນສຳລັບຜົນປະໂຫຍດທີ່ຈ່າຍໃຫ້ກັບລູກຈ້າງທີ່ໄດ້ຮັບ PEUC.
- ຖ້າທ່ານໄດ້ສະເໜີວຽກໃຫ້ກັບລູກຄ້າເມື່ອການລະບາດສິ້ນສຸດລົງ ແລະ ລູກຈ້າງຂອງທ່ານປະຕິເສດທີ່ຈະກັບໄປເຮັດວຽກ, ທ່ານຈະຕ້ອງແຈ້ງໃຫ້ຝ່າຍພັດທະນາແຮງງານຂອງໄອໂອວາ ທີ່: https://www.iowaworkforcedevelopment.gov/job-offer-decline-form-employers
- ນາຍຈ້າງຄວນຈະກວດສອບໃຫ້ແນ່ໃຈວ່າພວກເຂົາໄດ້ສົ່ງລາຍງານປະກັນການຫວ່າງງານປະຈຳໄຕມາດປະຈຸບັນ ແລະ ທັນເວລາ ເພື່ອໃຫ້ລູກຈ້າງຂອງຕົນໄດ້ຮັບຜົນປະໂຫຍດໂດຍໄວທີ່ສຸດ.
- ນາຍຈ້າງຄວນຈະໂຕ້ຕອບທຸກການປະກາດແຈ້ງການກ່ຽວກັບການອ້າງສິດ (65-5317) ຫຼື ການແຈ້ງເຕືອນຂອງ SIDES ຖ້າມີການຍື່ນການອ້າງສິດສຳລັບບາງຄົນທີ່ບໍ່ໄດ້ເຮັດວຽກ ເນື່ອງຈາກເຫດຜົນອື່ນໆນອກຈາກ COVID-19.
- ນາຍຈ້າງຄວນໂຕ້ຕອບຄືນຕໍ່ກັບການປະກາດແຈ້ງການກ່ຽວກັບການອ້າງສິດ (65-5317) ຫຼື ການແຈ້ງເຕືອນຂອງ SIDES ເພື່ອລາຍງານການລາປ່ວຍທີ່ໄດ້ຮັບເງິນຄ່າຈ້າງ ຫຼື ຜົນປະໂຫຍດການລາພັກອື່ນໆທີ່ໄດ້ຮັບຄ່າຈ້າງ.
ຂໍ້ມູນສຳລັບລູກຈ້າງ / ຄົນງານທີ່ໄດ້ຮັບຜົນກະທົບຈາກ COVID-19
- ຖ້າທ່ານບໍ່ໄດ້ເຮັດວຽກອັນເປັນຜົນມາຈາກ COVID-19, ທ່ານຈະຕ້ອງຍື່ນໃບສະໝັກຮຽກຮ້ອງປະກັນການຫວ່າງງານ ທາງອອນລາຍ ເພື່ອຮັບການປະກັນການຫວ່າງງານໃນທຸກໆຮູບແບບ.
- ການອ້າງສິດຂອງທ່ານຈະໄດ້ຮັບການກວດສອບວ່າທ່ານມີສິດສຳລັບຜົນປະໂຫຍດການປະກັນການຫວ່າງງານຫຼືບໍ່. ຖ້າທ່ານໝົດສິດຜົນປະໂຫຍດ ແລະ ບໍ່ສາມາດຍື່ນການອ້າງສິດໃໝ່ຈົນກວ່າປີຜົນປະໂຫຍດປະຈຸບັນຂອງທ່ານໝົດອາຍຸ, ທ່ານຈະມີສິດໄດ້ຮັບຜົນປະໂຫຍດເພີ່ມເຕີມສູງສຸດເຖິງ 13 ອາທິດຜ່ານໂຄງການ PEUC.
- ເມື່ອທ່ານໄດ້ຮັບເງິນທີ່ຈ່າຍໃນໂຄງການ PEUC, ທ່ານຍັງຈະຕ້ອງໄດ້ລາຍງານການຮຽກຮ້ອງປະຈຳອາທິດຂອງທ່ານໃນແຕ່ລະອາທິດເພື່ອຮັບເອົາເງິນ. ທ່ານຈະໄດ້ຮັບເງິນຜ່ານວິທີການຈ່າຍແບບດຽວກັນກັບທີ່ທ່ານໄດ້ຮັບເງິນໃນຜົນປະໂຫຍດອື່ນໆ.
- ເມື່ອການອ້າງສິດຂອງທ່ານໝົດອາຍຸ, ທ່ານຈະຕ້ອງຍື່ນການອ້າງສິດໃໝ່, ເຖິງແມ່ນວ່າທ່ານຈະມີຍອດຄົງເຫຼືອຂອງ PEUC ຢູ່ຕໍ່ຕາມ.
ການມີສິດໄດ້ຮັບຂອງແຕ່ລະຄົນ
ເພື່ອໃຫ້ມີສິດໄດ້ຮັບຜົນປະໂຫຍດພາຍໃຕ້ໂຄງການການຊົດເຊີຍເງິນສຳລັບການຫວ່າງງານສຸກເສີນເນື່ອງຈາກການລະບາດຂອງພະຍາດ, ແຕ່ລະຄົນຈະຕ້ອງ:
- ໝົດການຈ່າຍເງິນຜົນປະໂຫຍດປະກັນການຫວ່າງງານຂອງລັດ ຫຼື ລັດຖະບານກາງທັງໝົດ.
- ສາມາດ ແລະ ພ້ອມສຳລັບການເຮັດວຽກ ແລະ ການຊອກຫາວຽກຢ່າງຂະຫຍັນຂັນແຂງ, ເວັ້ນເສຍແຕ່ບໍ່ສາມາດເຮັດໄດ້ເນື່ອງຈາກເຫດຜົນທີ່ກ່ຽວຂ້ອງກັບ COVID-19.
- ຕື່ມແບບຟອມ ແລະ ເກັບຮັກສາບັນທຶກການຊອກຫາວຽກ (ຖ້າຕ້ອງການຊອກຫາວຽກໃນການອ້າງສິດຂອງທ່ານ).
- ລາຍງາຍລາຍໄດ້ທີ່ຄວບຄຸມໃດໜຶ່ງທີ່ໄດ້ຮັບລະຫວ່າງອາທິດທີ່ຖືກອ້າງສິດ. ລາຍໄດ້ທີ່ໄດ້ຮັບການຄຸ້ມຄອງລວມເຖິງ, ແຕ່ບໍ່ຈຳກັດເຖິງ, ເດືອນ, ຄ່າຈ້າງເວລາພັກເຈັບປ່ວຍ, ຄ່າລາພັກຮ້ອນ ແລະ ຄ່າຈ້າງມື້ພັກ.
- ສາມາດ ແລະ ພ້ອມສຳລັບການເຮັດວຽກ ແລະ ການຊອກຫາວຽກຢ່າງຂະຫຍັນຂັນແຂງ, ເວັ້ນເສຍແຕ່ບໍ່ສາມາດເຮັດໄດ້ເນື່ອງຈາກເຫດຜົນທີ່ກ່ຽວຂ້ອງກັບ COVID-19.
ຜູ້ທີ່ບໍ່ມີສິດໄດ້ຮັບການຊົດເຊີຍການຫວ່າງງານສຸກເສີນເນື່ອງຈາກການລະບາດຂອງພະຍາດໄດ້ແກ່ບຸກຄົນ:
- ທີ່ມີຄວາມສາມາດເຮັດວຽກທາງໄກທີ່ມີການຈ່າຍເງິນ ແລະ ຍັງຄົງເຮັດວຽກໃນຈຳນວນຊົ່ວໂມງເທົ່າກັນ ແລະ ຈະໄດ້ຮັບການຈ່າຍເງິນເທົ່າເດີມ.
- ຜູ້ທີ່ໄດ້ຮັບການລາປ່ວຍທີ່ໄດ້ຮັບຄ່າຈ້າງ ຫຼື ຜົນປະໂຫຍດການລາພັກອື່ນໆທີ່ໄດ້ຮັບຄ່າຈ້າງ ແລະ ຜົນປະໂຫຍດເຫຼົ່ານັ້ນຈະເກີນຈຳນວນເງິນ PEUC ປະຈຳອາທິດຂອງພວກເຂົາ.
- ໃຜມີສິດໄດ້ຮັບໂຄງການຫວ່າງງານອື່ນໆຂອງລັດ ຫຼື ຂອງລັດຖະບານກາງ [ລວມທັງປະກັນການຫວ່າງງານ (UI), ການຊົດເຊີຍເງິນການຫວ່າງງານສຳລັບພະນັກງານລັດຖະບານກາງ (UCFE), ການຊົດເຊີຍເງິນການຫວ່າງງານສຳລັບ Ex-Servicemembers (UCX), ຜົນປະໂຫຍດເພີ່ມເຕີມ (EB), ການຊົດເຊີຍໄລຍະສັ້ນ / ການນເຮັດວຽກຮ່ວມກັນແບບສະໝັກໃຈ (STC/VSW).
ຂ້ອຍຈະຕ້ອງເຮັດແນວໃດແດ່?
- ຖ້າທ່ານບໍ່ມີການອ້າງສິດປະກັນການຫວ່າງງານທີ່ເປີດໃຊ້ຢູ່, ຍື່ນການອ້າງສິດທາງອອນລາຍເພື່ອເປີດໃຊ້ງານການອ້າງສິດຂອງທ່ານຄືນໃໝ່: https://www.iowaworkforcedevelopment.gov/file-claim-unemployment-insurance-benefits
- ຖ້າທ່ານຫາກໍ່ຍື່ນການອ້າງສິດປະກັນການຫວ່າງງານ ແລະ ໝົດສິດຜົນປະໂຫຍດຂອງທ່ານແລ້ວ, ກະລຸນາຕິດຕໍ່ Iowa Workforce ໄດ້ທີ່ເບີ 866-239-0843
- ຍື່ນ ແລະ/ຫຼື ສືບຕໍ່ຍື່ນການອ້າງສິດປະຈຳອາທິດຂອງທ່ານທາງອອນລາຍ ໄດ້ທີ່: https://www.iowaworkforcedevelopment.gov/file-weekly-continued-claim
- ທ່ານຈະໄດ້ຮັບໃບແຈ້ງຍອດເງິນທາງໄປສະນີ ເພື່ອແຈ້ງຈຳນວນເງິນທີ່ທ່ານມີສິດໄດ້ຮັບພາຍໃຕ້ໂຄງການ PEUC.
ວິທີການຍື່ນການອ້າງສິດປະຈຳອາທິດຂອງທ່ານ:
ການອ້າງສິດປະຈຳອາທິດທັງໝົດ (UI ແລະ ການຊົດເຊີຍເງິນຫວ່າງງານແບບຂະຫຍາຍເນື່ອງຈາກການລະບາດຂອງພະຍາດເປັນປະຈຳ) ສາມາດຍື່ນທາງອອນລາຍໄດ້ທີ່ https://www.iowaworkforcedevelopment.gov/file-weekly-continued-claim
ຊົ່ວໂມງໃນການສົ່ງການອ້າງສິດປະຈຳອາທິດ
ວັນອາທິດ - 8:00 ໂມງເຊົ້າ ຫາ 7:30 ແລງ
ວັນຈັນ ຫາ ວັນສຸກ - 8:00 ໂມງເຊົ້າ - 5:30 ແລງ
ສຳລັບຄຳຖາມສະເພາະເຈາະຈົງກ່ຽວກັບການອ້າງສິດຂອງທ່ານ, ກະລຸນາຕິດຕໍ່ uiclaimshelp@iwd.iowa.gov ຫຼື ໂທຫາພວກເຮົາໄດ້ທີ່ 866-239-0843.